ພິທີດັ່ງກ່າວ ຈັດຂຶ້ນ ເມື່ອວັນທີ 13 ກັນຍາ ຜ່ານມາ ທີ່ຫ້ອງການ ວຕລຢ ຊຶ່ງໃຫ້ກຽດມອບທະນູບ່າ ໂດຍທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ, ທ່ານ ບຸນມີ ຈັນທະອຸດົມ ຫົວໜ້າກວດກາ, ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ທ່ານ ຄໍາສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການ ວຕລຢ ພ້ອມດ້ວຍບັນດາຮອງຫົວໜ້າກົມອ້ອມຂ້າງ, ຄະນະຜູ້ອໍານວຍການອ້ອມຂ້າງ, ຫົວໜ້າ-ຮອງຫົວໜ້າພະແນກ, ພາກວິຊາ ແລະ ພະນັກງານຄູອາຈານເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ວຽງທອງ ພົນທະຈັກ ຜ່ານຂໍ້ຕົກລົງລັດຖະມົນຕີ ກະຊວງ ສສກ ວ່າດ້ວຍການການອະນຸມັດໃຫ້ພະນັກງານ-ລັດຖະກອນ ກໍຄື ທ່ານ ຄໍາສະໄຫວ ຍອມມີລາວົງ ຜູ້ອຳນວຍການ ວຕລຢ ອອກພັກການ ເພື່ອຮັບອຸດໜູນບຳນານ ພ້ອມທັງຜ່ານຂໍ້ຕົກລົງຍ້ອງຍໍ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕໍາບໍລິຫານ ປະເພດ 3 ກໍຄື ຜູ້ອຳນວຍການ ວຕລຢ ຜູ້ໃໝ່ ໂດຍແມ່ນທ່ານ ສຸລິຍາ ປ່າໄຊ ຮອງຜູ້ອຳນວຍການ ວຕລຢ ຂຶ້ນເປັນຜູ້ອຳນວຍການ ວຕລຢ ຢ່າງເປັນທາງການ.
ທັງສອງທ່ານ ລ້ວນແລ້ວແຕ່ເປັນຜູ້ທີ່ອຸທິດສະຕິປັນຍາ ແລະ ເຮື່ອແຮງເຂົ້າໃນການພັດທະນາວຽກງານການສຶກສາ ເວົ້າລວມເວົ້າສະເພາະ ແມ່ນການພັດທະນາວຽກງານຢູ່ໃນວິທະຍາໄລເຕັກນິກລາວ-ເຢຍລະມັນມາເປັນເວລາຫຼາຍປີ, ມີຜົນງານໃນການປະກອບສ່ວນສິດສອນກໍ່ສ້າງນັກສຶກສາມາຫຼາຍຮຸ່ນໃຫ້ສໍາເລັດການສຶກສາ ກາຍເປັນນັກນາຍຊ່າງຜູ້ຊໍານານງານ ແລະ ຜູ້ປະກອບການຫຼາຍຮ້ອຍຄົນ. ນອກນັ້ນ, ຍັງເປັນການນໍາຜູ້ທີ່ສໍາຄັນໃນການນໍາພາ-ຊີ້ນໍາວຽກງານບໍລິຫານຄຸ້ມຄອງວິທະຍາໄລເຕັກນິກລາວ-ເຢຍລະມັນໃຫ້ມີການພັດທະນາດີຂຶ້ນໃນແຕ່ລະໄລຍະ.